ສ້າງອະນາຄົດຂອງພາສາລາວດ້ວຍ AI ແລະ LaoCorpus
SAMBAI ມີເປົ້າໝາຍສ້າງລະບົບ AI ທີ່ເຂົ້າໃຈພາສາລາວຢ່າງເລິກເຊິ່ງ ໂດຍອີງໃສ່ LaoCorpus ຊຶ່ງເປັນຖານຂໍ້ມູນພາສາລາວທີ່ສົມບູນທີ່ສຸດ. ພວກເຮົາເຊື່ອວ່າເທັກໂນໂລຊີ AI ສາມາດຊ່ວຍອະນຸລັກ ສົ່ງເສີມ ແລະພັດທະນາພາສາລາວໃຫ້ກ້າວໄປສູ່ຍຸກດິຈິຕອນ.

ຜູ້ບຸກເບີກຖານຂໍ້ມູນ LaoCorpus | ນັກຂຽນ ນັກກະວີ ນັກແຕ່ງ ທີ່ສ້າງສັນວັນນະກຳພາສາລາວຮ່ວມສະໄຫມ
ພຣະອາຈາຣຍ໌ ດຣ.ໄພວັນ ມາລາວົງ (ລູກດອນກະເດັນ) ແມ່ນຜູ້ທີ່ມີເມດຕານຸເຄາະມອບວັດຖຸດິບທາງພາສາລາວຈຳນວນຫຼາຍຊຸດໃຫ້ກັບ LaoCorpus Project. ທ່ານເປັນນັກຂຽນ ນັກກະວີ ນັກແຕ່ງ ທີ່ສ້າງສັນວັນນະກຳພາສາລາວຮ່ວມສະໄຫມ ນອກຈາກນັ້ນທ່ານຍັງໄດ້ຮິບໂຮມເອກະສານ ຕຳລາ ແລະຂໍ້ມູນທາງພາສາລາວທີ່ມີຄຸນຄ່າມາຫຼາຍທົດສະວັດ ເພື່ອໃຫ້ SAMBAI ສາມາດພັດທະນາ AI ທີ່ເຂົ້າໃຈພາສາລາວໄດ້ຢ່າງຖືກຕ້ອງ. ການປະກອບສ່ວນຂອງທ່ານແມ່ນເປັນພື້ນຖານທີ່ສຳຄັນສຸດທີ່ເຮັດໃຫ້ໂຄງການນີ້ເປັນໄປໄດ້.

ທີມພັດທະນາ AI
ທີມ SAMBAI ນຳໂດຍ ອ້າຍປານ ທິບ ຜູ້ທີ່ມີຄວາມຝັນໃນການພັດທະນາ AIໃຫ້ຮຽນຮູ້ແລະເຂົ້າໃຈພາສາລາວຢ່າງເລິກເຊີ່ງ ໂດຍຮ່ວມມືກັບທີມງານນັກວິທະຍາສາດທາງດ້ານ AI ອີກຫຼາຍພາກສ່ວນ. ພວກເຮົາເປັນກຸ່ມນັກພັດທະນາ ນັກຄົ້ນຄວ້າ ແລະນັກວິຊາການທີ່ມຸ້ງເນັ້ນໃນການສ້າງເຄື່ອງມື AI ທີ່ສາມາດຊ່ວຍເຫຼືອຜູ້ໃຊ້ພາສາລາວໃນຫຼາຍ ໆ ດ້ານ. ພວກເຮົາໄດ້ພັດທະນາ models, APIs ແລະເຄື່ອງມືຕ່າງໆທີ່ອີງໃສ່ LaoCorpus ເປັນຖານ ເພື່ອໃຫ້ນັກພັດທະນາ ແລະນັກສຶກສາສາມາດສ້າງແອັບພລິເຄຊັນທີ່ມີຄຸນຄ່າ AI ພາສາລາວໄດ້ງ່າຍຂຶ້ນ.
LaoCorpus ແມ່ນຖານຂໍ້ມູນພາສາລາວທີ່ໃຫຍ່ທີ່ສຸດ ແລະສົມບູນທີ່ສຸດ ປະກອບດ້ວຍເອກະສານ ຕຳລາ ບົດຂຽນ ແລະຂໍ້ມູນພາສາລາວຈາກຫຼາຍແຫຼ່ງ. ໂຄງການນີ້ມີຈຸດປະສົງເພື່ອອະນຸລັກ ແລະສົ່ງເສີມພາສາລາວໃນຍຸກດິຈິຕອນ ພ້ອມທັງເປັນພື້ນຖານສຳລັບການພັດທະນາ AI ທີ່ເຂົ້າໃຈພາສາລາວຢ່າງແທ້ຈິງ.